ກັບຄືນໜ້າຫຼັກ
ຄວາມເປັນສ່ວນຕົວມາກ່ອນ

ນະໂຍບາຍຄວາມເປັນສ່ວນຕົວ (Privacy Policy)

ອັບເດດລ່າສຸດ: 15 ມີນາ 2569

1. ຂໍ້ມູນທີ່ພວກເຮົາເກັບ

ຖ້າທ່ານສົ່ງຂໍ້ຄວາມຜ່ານແບບຟອມຕິດຕໍ່ ພວກເຮົາຈະໄດ້ຮັບ ຊື່, ອີເມວ ແລະ ຂໍ້ຄວາມທີ່ທ່ານພິມ — ພຽງເທົ່ານັ້ນ ແລະ ເພື່ອຕອບກັບທ່ານເທົ່ານັ້ນ. ພວກເຮົາຍັງໃຊ້ Google Analytics ເພື່ອນັບຈຳນວນຜູ້ເຂົ້າຊົມ ແລະ ເບິ່ງວ່າໜ້າໃດຖືກອ່ານ; ນັ້ນເປັນຂໍ້ມູນການເຂົ້າຊົມແບບບໍ່ລະບຸຕົວຕົນ ບໍ່ແມ່ນຂໍ້ມູນສ່ວນບຸກຄົນ. ສ່ວນເຄື່ອງມືໃນເວັບໄຊນີ້ (QR, ລະຫັດຜ່ານ, PDF, ຮູບພາບ) ເຮັດວຽກພາຍໃນບຣາວເຊີຂອງທ່ານທັງໝົດ: ສິ່ງທີ່ທ່ານພິມ ຫຼື ອັບໂຫຼດຢູ່ນັ້ນ ບໍ່ຖືກສົ່ງໄປເຊີບເວີຈັກເທື່ອ.

2. ຄວາມປອດໄພ ແລະ ການແບ່ງປັນຂໍ້ມູນ

ຂໍ້ມູນຂອງທ່ານຈະບໍ່ຖືກຂາຍ, ໃຫ້ເຊົ່າ ຫຼື ແບ່ງປັນໃຫ້ພາກສ່ວນທີສາມເພື່ອການໂຄສະນາ. ຂໍ້ຄວາມທີ່ສົ່ງຜ່ານແບບຟອມ ຈະຖືກໃຊ້ເພື່ອຕອບຄຳຖາມ ແລະ ເກັບເປັນບັນທຶກວຽກທີ່ໄດ້ປຶກສາກັນເທົ່ານັ້ນ. ເວັບໄຊໃຫ້ບໍລິການຜ່ານ HTTPS ຂໍ້ມູນທີ່ທ່ານສົ່ງຈຶ່ງຖືກເຂົ້າລະຫັດລະຫວ່າງທາງ.

3. ສິດຂອງທ່ານ

ທ່ານສາມາດຖາມໄດ້ທຸກເວລາວ່າ ພວກເຮົາເກັບຂໍ້ມູນຫຍັງຂອງທ່ານໄວ້, ຂໍໃຫ້ແກ້ໄຂ ຫຼື ຂໍໃຫ້ລຶບອອກ — ຂຽນຫາ huevang933@gmail.com ແລ້ວຈະດຳເນີນການໃຫ້. ທ່ານຍັງສາມາດປິດ cookie ຂອງ Analytics ໃນບຣາວເຊີໄດ້; ເວັບໄຊຍັງໃຊ້ງານໄດ້ຄືເກົ່າທຸກປະການ.